ໜຶ່ງໃນຫ້າຄົນໃນສະຫະລັດ ໄດ້ຮັບການຄຸ້ມຄອງສຸຂະພາບ ໂດຍບໍ່ເສຍຄ່າ ຫຼື ລາຄາຖືກຜ່ານ Medicaid, ໂຄງການການຮ່ວມມືຂອງລັດຖະບານກາງ ແລະ ລັດ ທີ່ບໍລິຫານໂດຍແຕ່ລະລັດ ພາຍໃຕ້ແນວທາງຂອງລັດຖະບານກາງ. ແຕ່ລະລັດ ມີເກນທີ່ແຕກຕ່າງກັນກ່ຽວກັບ Medicaid ແລະ ວິທີການສະໝັກ.

ທ່ານສາມາດສະໝັກ Medicaid ໄດ້ຕະຫຼອດເວລາ ແລະ ຕ້ອງມີເອກະສານຫຼັກຖານການມີສິດ, ລວມທັງ ສັນຊາດ, ການເປັນຜູ້ຢູ່ອາໄສ, ອາຍຸ, ລາຍຮັບ ແລະ ຊັບສິ່ງຂອງ, ແລະ ຄ່າໃຊ້ຈ່າຍທາງການແພດ ຫຼື ຄວາມພິການ. ມີການກຳນົດຄຸນສົມບັດໃໝ່ຢ່າງສະໝ່ຳສະເໝີ. ຖ້າທ່ານມີຄຸນສົມບັດ, ທ່ານສາມາດມີທັງສອງທັງ Medicare ແລະ Medicaidno-english.

ສິ່ງທີ່ທ່ານຄວານຮູ້ກ່ຽວກັບຄຸນສົມບັດ ແລະ ວິທີການສະໝັກ Medicaid

  • ການຄຸ້ມຄອງສຸຂະພາບໂດຍບໍ່ເສຍຄ່າ ຫຼື ໃນລາຄາຖືກ: Medicaid ໃຫ້ການຄຸ້ມຄອງສຸຂະພາບໂດຍບໍ່ເສຍຄ່າ ຫຼື ລາຄາຖືກ ແກ່ຜູ້ທີ່ອາໄສຢູ່ໃນສະຫະລັດທີ່ມີລາຍຮັບຕ່ຳ, ປະຊາກອນທີ່ມີຄວາມພິການ, ຜູ້ທີ່ຮັບປະໂຫຍດຈາກ Medicare ບາງລາຍ, ແລະ ຜູ້ອື່ນໆທີ່ບໍ່ສາມາດເຂົ້າເຖິງການປະກັນສຸຂະພາບລາຄາປະຢັດ.
  • ກົດຂອງລັດແຕກຕ່າງກັນ: Medicaid ເປັນໂຄງການຮ່ວມມືດ້ານສຸຂະພາບລະຫວ່າງລັດຖະບານກາງ ແລະ ລັດ, ແຕ່ວ່າ ແຕ່ລະລັດແມ່ນມີຄວາມຮັບຜິດຊອບເຕັມທີ່ໃນການບໍລິຫານໂຄງການ ແລະ ມີເກນທີ່ແຕກຕ່າງກັນກ່ຽວກັບການມີສິດ ແລະ ການສະໝັກສຳລັບ Medicaid. ຄົ້ນຫາເບິ່ງທ່ານອາດມີຄຸນສົມບັດ ແລະ ຮຽນຮູ້ວິທີການສະໝັກໂດຍການຕິດຕໍ່ກັບ ໂຄງການ Medicaid ຂອງລັດ ຂອງທ່ານ.
  • ບໍ່ມີວັນລົງທະບຽນສະເພາະ: ທ່ານສາມາດສະໝັກ Medicaid ໄດ້ຕະຫຼອດເວລາ. ທ່ານຈະຕ້ອງສະແດງຫຼັກຖານການມີສິດຂອງທ່ານເມື່ອທ່ານສະໝັກ, ແລະ ດຳເນີນຂະບວນການຕໍ່ອາຍຸ/ກຳນົດຄືນໃໝ່, ໂດຍປົກະຕິປີລະຄັ້ງ, ຫຼື ຖ້າວ່າ ສະຖານະທາງການເງິນຂອງທ່ານມີການປ່ຽນແປງ ຫຼື ທ່ານຍ້າຍໄປຢູ່ລັດອື່ນ.

Medicaid ແມ່ນຫຍັງ?

Medicaid ແມ່ນໂຄງການຮ່ວມມືທາງດ້ານສຸຂະພາບລະຫວ່າງລັດຖະບານກາງ ແລະ ລັດ ເຊິ່ງໃຫ້ການຄຸ້ມຄອງທາງດ້ານສຸຂະພາບແກ່ຄອບທີ່ມີລາຍຮັບໜ້ອຍ, ຜູ້ຍິງຖືພາ ແລະ ເດັກນ້ອຍ, ແລະ ຜູ້ທີ່ໄດ້ຮັບ and children, and persons who are receiving ລາຍໄດ້ເສີມຈາກການຮັກສາຄວາມປອດໄພ (SSI).

ທຸກໆລັດ, ປະຕິບັດຕາມແນວທາງຂອງລັດຖະບານກາງ, ບໍລິຫານໂຄງການ Medicaid ແລະ ໄດ້ຮັບທາງເລືອກໃນການຂະຫຍາຍການຄຸ້ມຄອງ Medicaid. ຕົວຢ່າງ, ລັດອາດໃຫ້ການຄຸ້ມຄອງ Medicaid ແກ່ບຸກຄົນທີ່ໄດ້ຮັບບໍລິການພື້ນຖານທີ່ເຮືອນ ແລະ ຊຸມຊົນ, ເດັກທີ່ຢູ່ໃນການອຸປະຖຳດູແລ, ແລະ ຜູ້ໃຫຍ່ທີ່ມີລາຍໄດ້ບໍ່ເກີນ 133% ຂອງລະດັບຄວາມທຸກຍາກຂອງລັດຖະບານກາງ (FPL). ທີ່ 2021 FPL ແມ່ນ $12,880 ສຳລັບບຸກຄົນ ແລະ  $17,420 ສຳລັບຄອບຄົວທີ່ມີສອງຄົນ.

ທ່ານຕ້ອງເຮັດແນວໃດເພື່ອມີຄຸນສົມສຳລັບ Medicaid?

ເພື່ອ ໃຫ້ມີຄວາມເໝາະສຳລັບ Medicaid, ທ່ານຕ້ອງມີຄຸນສົມບັດກົງຕາມຂໍ້ກຳນົດທາງດ້ານການເງີນ ແລະ ເປັນ:

  • ຜູ້ຢູ່ອາໄສໃນລັດທີ່ທ່ານໄດ້ຮັບ Medicaid
  • ທັງເປັນພົນລະເມືອງຂອງສະຫະລັດ ຫຼື ຜູ້ຢູ່ອາໄສຖາວອນທີ່ຖືກຕ້ອງຕາມກົດໝາຍ, ນອກເໜືອຈາກເງື່ອນໄຂການມີສິດທາງດ້ານການເງິນ

ເງື່ອນໄຂທາງດ້ານການເງິນສຳລັບ Medicaid ໂດຍທົ່ວໄປແມ່ນຈະຂຶ້ນຢູ່ກັບ ລາຍໄດ້ລວມທີ່ໄດ້ຮັບການປັບປຸງແລ້ວ (Modified Adjusted Gross Income (MAGI), ເຊິ່ງພິຈາລະນາຈາກລາຍໄດ້ທີ່ຕ້ອງເສຍພາສີ ແລະ ຄວາມສຳພັນໃນການຍື່ນພາສີ. ບາງຄົນທີ່ຕາບອດ, ພິການ, ຫຼື ອາຍຸ 65 ປີ ຫຼື ສູງກວ່າອາດມີສິດໃນການໄດ້ຮັບ Medicaid ດ້ວຍວິທີການສ້າງລາຍໄດ້ຂອງໂຄງການ SSI, ເຊິ່ງເປັນຜູ້ບໍລິຫານງານປະກັນສັງຄົມ (SSA).

ບຸກຄົນໃນບາງກຸ່ມທີ່ບໍ່ຕ້ອງການ ການກຳນົດລາຍໄດ້ໂດຍ Medicaid. ແຕ່ວ່າ, ການມີສິດຈະຂຶ້ນຢູ່ກັບການລົງທະບຽນໃນໂຄງການອື່ນ. ຕົວຢ່າງ:

  • ໂຄງການຮັກສາ ແລະ ປ້ອງກັນມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ.
  • ລູກບຸນທຳມັກຈະມີສິດໄດ້ຮັບ Medicaid ໂດຍອັດຕະໂນມັດເມື່ອມີຂໍ້ຕົກລົງການຊ່ວຍເຫຼືອໃນການຮັບລູກບຸນທຳມີຜົນບັງຄັບໃຊ້ພາຍໃຕ້ SSA Act
  • ໄວໜຸ່ມທີ່ເປັນອາດີດຜູ້ໄດ້ຮັບການລ້ຽງດູ, ໂດຍບໍ່ໄດ້ຄຳນຶງເຖິງລະດັບລາຍຮັບ.

ທຸກລັດຍັງສາມາດກຳນົດໂຄງການຜູ້ຂັດສົນທາງການແພດສຳລັບບຸກຄົນທີ່ມີຄວາມຕ້ອງການດ້ານສຸຂະພາບທີ່ສຳຄັນ ເຊິ່ງມີລາຍໄດ້ສູງເກີນໄປທີ່ຈະມີສິດໄດ້ຮັບ Medicaid ຢ່າງອື່ນ. ລັດເຫຼົ່ານີ້ອະນຸຍາດໃຫ້ທ່ານຫັກຄ່າໃຊ້ຈ່າຍທາງການແພດຂອງທ່ານຈາກລາຍໄດ້ຂອງທ່ານເພື່ອໃຫ້ມີສິດໄດ້ຮັບ Medicaid.

ຂໍ້ກຳນົດຂອງການມີສິດ Medicaid ຂອງບາງລັດແມ່ນເຂັ້ມງວດກວ່າໂຄງການ SSI. ລັດເຫຼົ່ານີ້ເອີ້ນວ່າ 209(b), ແລະ ຕ້ອງອະນຸຍາດໃຫ້ມີ ການໃຊ້ຈ່າຍ ໃຫ້ຢູ່ໃນລະດັບທີ່ມີສິດຮັບລາຍໄດ້ເທົ່າທຽມກັນສຳລັບກຸ່ມຄົນພິການ, ຕາບອດ, ຫຼື ອາຍຸ (65 ຫຼື ສູງກວ່າ).

ເນື່ອງຈາກແຕ່ລະລັດມີກົດເກນທີ່ແຕກຕ່າງກັນກ່ຽວກັບການມີສິດ ແລະ ວິທີການສະໝັກ, ທ່ານຕ້ອງຕິດຕໍ່ state ໂຄງການMedicaid ຂອງລັດ ຂອງທ່ານເພື່ອກວດສອບວ່າທ່ານມີຄຸນສົມບັດ. ຈຸດເລີ່ມຕົ້ນທີ່ດີຄືການເບິ່ງວ່າ ລັດຂອງທ່ານມີລາຍໄດ້ ແລະ ຂີດຈຳກັດສູງສຸດຂອງຊັບສິນເທົ່າໃດ.

ໃຜແນ່ທີ່່ບໍ່ຜ່ານເກນສຳລັບ Medicaid?

ໜຶ່ງໃນຫ້າຂອງຄົນອາເມລິກາໄດ້ຮັບການຄຸ້ມຄອງຈາກ Medicaid. ຜູ້ທີ່ບໍ່ຜ່ານເກນໄດ້ແກ່:

  • ຜູ້ທີ່ມີລາຍໄດ້ສູງເກີນຂີດກຳນົດໂດຍລັດທີ່ພວກເຂົາອາໄສຢູ່. ຂໍ້ຈຳກັດເຫຼົ່ານີ້ແຕກຕ່າງກັນໄປແຕ່ລະລັດ ແຕ່ຈະເຂັ້ມງວດກວ່າໃນລັດເຫຼົ່ານີ້ ທີ່ບໍ່ໄດ້ເລືອກເພື່ອຂະຫຍາຍ ການຄຸ້ມຄອງຂອງ Medicaid ພາຍໃຕ້ Affordable Care Act (ACA).
  • ຜູ້ທີ່ບໍ່ແມ່ນພົນລະເມືອງຂອງສະຫະລັດ ຫຼື ບໍ່ມີຄຸນສົມບັດຕາມຂໍ້ກຳນົດກົດໝາຍ, ໃນການຢູ່ອາໄສແບບຖາວອນ.
  • ຜູ້ທີ່ເຄີຍຜ່ານການຄັດເລືອກແຕ່ມີສະຖານະປ່ຽນແປງ; ຕົວຢ່າງເຊັ່ນ, ພວກເຂົາໄດ້ສີ້ນສຸດການຖືພາ, ລາຍໄດ້ຂອງພວກເຂົາເພີ່ມຂຶ້ນຈາກການຈ້າງງານ ຫຼື ຂອງຂວັນ/ມໍລະດົກ, ຫຼື ພວກເຂົາໄດ້ຍ້າຍໄປຢູ່ລັດທີ່ມີຂໍ້ກຳນົດຄຸນສົມບັດທີ່ແຕກຕ່າງກັນ.
  • ຜູ້ທີ່ບໍ່ລາຍງານສະຖານະການປ່ຽນແປງໃນເວລາທີ່ເໝາະສົມ (ໂດຍທົ່ວໄປພາຍໃນ 30 ວັນ) ຫຼື ຜູ້ທີ່ບໍ່ຕໍ່ອາຍຸໃນຊ່ວງເວລາທີ່ການກຳນົດໃໝ່ອາດສູນເສຍຜົນປະໂຫຍດ. ພາຍໃຕ້ກົດໝາຍຂອງລັດຖະບານກາງ, ທ່ານມີເວລາ 90 ວັນໃນການໃຫ້ຂໍ້ມູນທີ່ຈຳເປັນທັງໝົດແກ່ໜ່ວຍງານຂອງ Medicaid ຂອງລັດຂອງທ່ານຫຼັງຈາກທີ່ທ່ານສູນເສຍການຄຸ້ມຄອງ.

ທ່ານສາມາດມີ Medicaid ແລະ Medicare ໄດ້ບໍ?

ໄດ້. ສິ່ງນີ້ເອີ້ນວ່າ ການມີສິດຄູ່, ແລະ ຄ່າໃຊ້ຈ່າຍດ້ານການດູແລດ້ານສຸຂະພາບສ່ວນຫຼາຍຂອງທ່ານໜ້າຈະຖືກຄຸ້ມຄອງ. ໂດຍທົ່ວໄປແລ້ວ Medicare ຈະຖືກພິຈາລະນາເປັນການປະກັນຫຼັກ (ຍົກເວັ້ນແຕ່ ທ່ານຍັງມີແຜນການປະກັນສຸຂະພາບຄຸ້ມຄອງຂອງກຸ່ມນາຍຈ້າງນຳ), ແລະ Medicaid ແມ່ນເປັນຜູ້ຊຳລະເງິນໃນທາງເລືອກສຸດທ້າຍ.

Medicaid ຈ່າຍຫຼັງຈາກ Medicare, ແຜນປະກັນສຸຂະພາບຂອງກຸ່ມນາຍຈ້າງ, ແລະ ປະກັນ Medicare ເພີ່ມເຕີມ (Medigap) ຈ່າຍໄປແລ້ວເທົ່ານັ້ນ. ໝາຍເຫດ: ຖ້າທ່ານມີຄຸນສົມບັດໄດ້ຮັບ Medicaid ແລະ ລາຍໄດ້/ສະຖານະພາບຂອງທ່ານບໍ່ໜ້າຈະປ່ຽນແປງ, ທ່ານບໍ່ຄວນເຮັດປະກັນເພີ່ມເຕີມ.

Medicaid ຊ່ວຍຜູ້ຮັບຜົນປະໂຫຍດ Medicare ດ້ວຍເບ້ຍປະກັນ Medicare ແລະ ການແບ່ງປັນຕົ້ນທຶນ. ນອກຈາກນີ້, ຍັງໃຫ້ປະໂຫຍດຫຼາຍຢ່າງທີ່ Medicare ບໍ່ໄດ້ຄວບຄຸມ, ເຊັ່ນວ່າ ຄວາມຊ່ວຍເຫຼືອດ້ານການດູແລໄລຍະຍາວ, ຢາບາງຊະນິດ, ຫຼື ແວ່ນຕາ.

ຖ້າວ່າທ່ານ, ຢູ່ໃນສະຖານະຮັບຜົນປະໂຫຍດ Medicare, ມີຄຸນສົມບັດໄດ້ຮັບ Medicaid, ທ່ານຈະມີສິດໄດ້ຮັບ ຄວາມຊ່ວຍເຫຼືອພິເສດ ໂດຍອັດຕະໂນມັດ, ໃນໂຄງການ Medicare ເພື່ອຊ່ວຍໃນການຈ່າຍຄ່າຢາເຊັ່ນ: ເບ້ຍປະກັນ, ຄ່າຈ່າຍຮ່ວມ, ແລະ ຄ່າຫຼຸດຜ່ອນ.

ບາງລັດ ແລະ ແຜນສຸຂະພາບໄດ້ສະເໜີ ແຜນ Medicare-Medicaid ສຳລັບບາງຄົນທີ່ມີທັງສອງໂຄງການ ເພື່ອໃຫ້ໄດ້ຮັບການບໍລິການທີ່ຕ້ອງການໄດ້ງ່າຍຂຶ້ນ.

ເຊັ່ນດຽວກັບສິ່ງທີ່ກ່ຽວຂ້ອງກັບ Medicaid, ກະລຸນາຕິດຕໍ່ໜ່ວຍງານຂອງລັດຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ.

ສິ່ງທີ່ທ່ານຄວນຮູ້ກ່ຽວກັບການສະໝັກ Medicaid?

ຖ້າທ່ານບໍ່ແນ່ໃຈວ່າທ່ານອາດມີຄຸນສົມບັດທີ່ຈະໄດ້ຮັບ Medicaid ຫຼື ບໍ່, ແຕ່ທ່ານອາດມີຄຸນສົມບັດກົງກັບຂໍ້ກຳນົດທາງການເງິນໃນລັດຂອງທ່ານ, ທ່ານຄວນສະໝັກ.  ທ່ານອາດມີສິດໄດ້ຮັບຂຶ້ນຢູ່ກັບລາຍໄດ້ຂອງຄອບຄົວ, ຂະໜາດຂອງຄອບຄົວ, ອາຍຸ, ຫຼື ຄວາມພິການຂອງທ່ານ.

ສະໝັກ Medicaid ຜ່ານ ຕະຫຼາດປະກັນສຸຂະພາບ ຫຼື ໂດຍກົງກັບໜ່ວຍງານ Medicaid ຂອງລັດຂອງທ່ານ. ຜູ້ລົງທະບຽນ Medicaid ໄດ້ຮັບຜົນປະໂຫຍດ Medicaid ຜ່ານແຜນການດູແລ ຈັດການສ່ວນຕົວທີ່ເຮັດສັນຍາກັບລັດ. ທ່ານຈະໄດ້ຮັບຄຳແນະນຳກ່ຽວກັບວິທີການສະໝັກ ເມື່ອທ່ານເຂົ້າເຖິງເວບໄຊຂອງລັດ, ຫຼື ຕິດຕໍ່ໜ່ວຍງານຂອງລັດຂອງທ່ານ.

ກຽມພ້ອມທີ່ຈະໃຫ້ຂໍ້ມູນກ່ຽວກັບການສະໝັກ Medicaid ຂອງທ່ານເພື່ອເປັນຫຼັກຖານຢືນຢັນສິດຂອງທ່ານ. ທ່ານຄວນໄດ້ຮັບການຕິດຕໍ່ກັບພາຍໃນ 45 ວັນ ຫຼື ດົນກວ່າຖ້າທ່ານບໍ່ມີສິດ. ຖ້າໃບສະໝັກຂອງທ່ານຖືກປະຕິເສດ, ທ່ານຈະໄດ້ຮັບການແຈ້ງປະຕິເສດ ແລະ ຄຳແນະນຳກ່ຽວກັບວິທີການອຸທອນຄຳຕັດສິນ.

ເກັບຮັກສາບັນທຶກເອກະສານ (ສຳເນົາ) ທີ່ທ່ານໃຊ້ເພື່ອປະກອບໃບສະໝັກຂອງທ່ານ. ທ່ານອາດຈຳເປັນຕ້ອງໄດ້ໃຊ້ພວກມັນອີກຄັ້ງ ຫຼື ສະແດງສະບັບປັບປຸງໃນເວລາທີ່ທ່ານໄດ້ຮັບການຕໍ່ອາຍຸ/ກຳນົດໃໝ່, ຂຶ້ນກັບໂຄງການ Medicaid ຂອງລັດຂອງທ່ານ. ກຽມເອກະສານເຫຼົ່ານີ້ໃຫ້ພ້ອມ:

  • ໃບແຈ້ງເກີດ ຫຼື ໃບຂັບຂີ່
  • ຫຼັກຖານສະແດງສັນຊາດ
  • ຫຼັກຖານການຢູ່ອາໄສຂອງທ່ານ
  • ເອກະສານຂອງແຫຼ່ງທີ່ມາຂອງລາຍໄດ້ ແລະ ຊັບສິນທັງໝົດ ຫຼື ສິນຊັບອື່ນໆ
  • ເອກະສານຄ່າໃຊ້ຈ່າຍທາງການແພດ
  • ຫຼັກຖານສະແດງຄວາມພິການ, ຖ້າມີ
  • ບັດປະກັນໄພ, ຖ້າມີ

ຢ່າລໍຊ້າສະໝັກເລີຍ. ຕ່າງຈາກ Medicare, ບ່ອນທີ່ວ່າ ບໍ່ມີຂໍ້ຈຳກັດ ຫຼື ໄລຍະໃນການລົງທະບຽນ, ດັ່ງນັ້ນ ທ່ານຈຶ່ງສະໝັກໄດ້ຕະຫຼອດເວລາ. ສະໝັກແລ້ວ ຖືກປະຕິເສດດີກວ່າບໍ່ລອງເລີຍ. ການຕໍ່ອາຍຸ ແລະ ການກຳນົດໃໝ່ເພື່ອໃຫ້ແນ່ໃຈວ່າ ມີສິດຢ່າງຕໍ່ເນື່ອງ ຈະເກີດຂຶ້ນຢ່າງໜ້ອຍທຸກ 12 ເດືອນ. ບາງລັດອາດຈະຕ້ອງມີກຳນົດໃໝ່ເລື້ອຍໆ, ແຕ່ໃນກໍລະນີໃດກໍ່ຕາມ, ທ່ານຕ້ອງໄດ້ລາຍງານການປ່ຽນແປງສະຖານະຂອງທ່ານໂດຍໄວທີ່ສຸດ, ແລະ ພາຍໃນ 30 ວັນ.

ເມື່ອກຳນົດສິດຂອງ Medicaid ຂອງທ່ານແລ້ວ, ການຄຸ້ມຄອງຂອງທ່ານຈະມີຜົນໃນວັນທີສະໝັກ ຫຼື ວັນທຳດອິດຂອງເດືອນ. ຜົນປະໂຫຍດອາດຄວບຄຸມຢ້ອນຫຼັງໄດ້ເຖິງສາມເດືອນກ່ອນທີ່ທ່ານຈະສະໝັກ ຖ້າທ່ານມີສິດໃນຊ່ວງເວລານັ້ນ.

ການຄຸ້ມຄອງຈະຢຸດເມື່ອຮອດທ້າຍເດືອນເຊິ່ງທ່ານບໍ່ເປັນໄປຕາມຂໍ້ກຳນົດຂອງການໄດ້ຮັບສິດອີກຕໍ່ໄປ.

ຖ້າທ່ານມີຄຳຖາມ ຫຼື ຕ້ອງການກວດສອບສະຖານະຂອງການສະໝັກຂອງທ່ານ, ກະລຸນາຕິດຕໍ່ໂຄງການ Medicaid ຂອງລັດຂອງຂອງທ່ານ ໂດຍກົງ. ຕັ້ງຄ່າບັນຊີ ກັບໜ່ວຍງານ/ອົງກອນຈັດການໂຄງການຂອງລັດຂອງທ່ານ.

ເຖິງແມ່ນວ່າທ່ານອາດເຂົ້າເຖິງໃບສະໝັກຂອງທ່ານຜ່ານເວບໄຊຂອງລັດ, ແຕ່ສຳນັກງານ ແລະ ຕົວແທນຂອງເທສະບານເມືອງໃນພື້ນທີ່ສາມາດຊ່ວຍທ່ານໄດ້ດ້ວຍຕົນເອງ ຫຼື ທາງໂທລະສັບ.

ຮັບຄວາມຊ່ວຍເຫຼືອກ່ຽວກັບ Medicaid
ໜ່ວຍງານ Medicare ຂອງລັດ ວົງເງິນລາຍໄດ້ Medicaid Medicaid Premium
Alabama ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Alaska ໂສດ: $22,597
ແຕ່ງງານ: $30,444
ແຕ່ງງານ, ລູກ 1 ຄົນ: $38,291
ແຕ່ງງານ, ລູກ 2 ຄົນ: $46,138
ແຕ່ງງານ, ລູກ 3 ຄົນ: $53,985
ແຕ່ງງານ, ລູກ 4 ຄົນ: $61,832
$0
Arizona ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Arkansas ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
ຫຼາຍເຖິງ 5% ຂອງລາຍໄດ້ຄອບຄົວ
California ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Colorado ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Connecticut ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Delaware ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Florida ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Georgia ໂສດ: $33,568
ແຕ່ງງານ:$45,226
ແຕ່ງງານ, ລູກ 1 ຄົນ: $56,885
ແຕ່ງງານ, ລູກ 2 ຄົນ: $68,543
ແຕ່ງງານ, ລູກ 3 ຄົນ: $80,201
ແຕ່ງງານ, ລູກ 4 ຄົນ: $91860
$0
Hawaii ໂສດ: $20,787
ແຕ່ງງານ: $28,010
ແຕ່ງງານ, ລູກ 1 ຄົນ: $35,232
ແຕ່ງງານ, ລູກ 2 ຄົນ: $42,454
ແຕ່ງງານ, ລູກ 3 ຄົນ: $49,676
ແຕ່ງງານ, ລູກ 4 ຄົນ:$56,898
$0
Idaho ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Illinois ໂສດ: $18,755
ແຕ່ງງານ: $25,268
ແຕ່ງງານ, ລູກ 1 ຄົນ: $31,782
ແຕ່ງງານ, ລູກ 2 ຄົນ: $38,295
ແຕ່ງງານ, ລູກ 3 ຄົນ: $44,809
ແຕ່ງງານ, ລູກ 4 ຄົນ: $51,323
$0
Indiana ໂສດ: $16,971
ແຕ່ງງານ: $22,930
ແຕ່ງງານ, ລູກ 1 ຄົນ: $28,888
ແຕ່ງງານ, ລູກ 2 ຄົນ:$34,846
ແຕ່ງງານ, ລູກ 3 ຄົນ: $40,805
ແຕ່ງງານ, ລູກ 4 ຄົນ: $46,763
ຫຼາຍເຖິງ 5% ຂອງລາຍໄດ້ຄອບຄົວ
Iowa ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
ຫຼາຍເຖິງ 5% ຂອງລາຍໄດ້ຄອບຄົວ
Kansas ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Kentucky ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Louisiana ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Maine ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Maryland ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Massachusetts ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Michigan ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
ຫຼາຍເຖິງ 5% ຂອງລາຍໄດ້ຄອບຄົວ
Minnesota ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Mississippi ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Missouri ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Montana ໂສດ: $13,590
ແຕ່ງງານ: $18,310
ແຕ່ງງານ, ລູກ 1 ຄົນ: $23,030
ແຕ່ງງານ, ລູກ 2 ຄົນ: $27,750
ແຕ່ງງານ, ລູກ 3 ຄົນ: $32,470
ແຕ່ງງານ, ລູກ 4 ຄົນ: $37,190
ຫຼາຍເຖິງ 5% ຂອງລາຍໄດ້ຄອບຄົວ
Nebraska ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Nevada ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
New Hampshire ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
New Jersey ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
New Mexico ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
New York ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
North Carolina ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
North Dakota ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Ohio ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Oklahoma ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Oregon ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Pennsylvania ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Rhode Island ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
South Carolina ໂສດ: $13,590
ແຕ່ງງານ: $18,310
ແຕ່ງງານ, ລູກ 1 ຄົນ: $23,030
ແຕ່ງງານ, ລູກ 2 ຄົນ: $27,750
ແຕ່ງງານ, ລູກ 3 ຄົນ: $32,470
ແຕ່ງງານ, ລູກ 4 ຄົນ: $37,190
$0
South Dakota ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Tennessee ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Texas ໂສດ: $26,909
ແຕ່ງງານ: $36,254
ແຕ່ງງານ, ລູກ 1 ຄົນ: $45,600
ແຕ່ງງານ, ລູກ 2 ຄົນ: $54,945
ແຕ່ງງານ, ລູກ 3 ຄົນ: $64,291
ແຕ່ງງານ, ລູກ 4 ຄົນ: $73,637
$0
Utah ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Vermont ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Virginia ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Washington ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
West Virginia ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Wisconsin ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
Wyoming ໂສດ: $18,075
ແຕ່ງງານ: $24,353
ແຕ່ງງານ, ລູກ 1 ຄົນ: $30,630
ແຕ່ງງານ, ລູກ 2 ຄົນ: $36,908
ແຕ່ງງານ, ລູກ 3 ຄົນ: $43,186
ແຕ່ງງານ, ລູກ 4 ຄົນ: $49,463
$0
ຊັບພະຍາກອນ Medicaid
ຊັບພະຍາກອນກັບລິງ How you can get help
ຕົວຄົ້ນຫາແຜນດູແລສຸຂະພາບຂອງລັດຖະລານ ນີ້ແມ່ນເວບໄຊຂອງລັດຖະບານທີ່ອອກແບບມາເພື່ອຊ່ວຍທ່ານຄົ້ນຫາແຜນປະກັນສຸຂະພາບສ່ວນບຸກຄົນນອກຈາກ ຕະຫຼາດປະກັນສຸຂະພາບ. ແຜນເຫຼົ່ານີ້ອາດມັກມີຢູ່ໃນຕະຫຼາດ, ແຕ່ມີຂໍ້ສະເໜີເພີ່ມເຕີມ.
ການຊ່ວຍເຫຼືອໃນທ້ອງຖິ່ນສຳລັບການດູແລສຸຂະພາບຂອງລັດຖະບານ ຊອກຫາການຊ່ວຍເຫຼືອໃນທ້ອງຖິ່ນໃນການນຳທາງແຜນການຕະຫຼາດ.
ສູນກາງການບໍລິການສຳລັບ Medicare ແລະ Medicaid  ຮຽນຮູ້ກ່ຽວກັບການຄຸ້ມຄອງຂອງ Medicaid ແລະ ຄຸນສົມບັດສຳລັບແຜນປະກັນສຸຂະພາບຂອງຜຸ້ທີ່ມີລາຍໄດ້ໜ້ອຍ
ໂຄງການການໃຫ້ຄວາມຊ່ວຍເຫຼືອ Medicare Medicaid  ໂຄງການການໃຫ້ຄວາມຊ່ວຍເຫຼືອ Medicare Medicaid ໃຫ້ຄວາມຊ່ວຍເຫຼືອທີ່ເປັນກາງສຳລັບສອງໂຄງການໂດຍບໍ່ມີຄ່າໃຊ້ຈ່າຍ. ອາສາສະໝັກທີ່ຜ່ານການຮັບຮອງຈະຕອບຄຳຖາມ, ແກ້ໄຂບັນຫາ, ແລະ ຊ່ວຍໃຫ້ຜູ້ຄົນເຂົ້າໃຈຕົວເລືອກແຜນຂອງພວກເຂົາ
ສູນກາງການບໍລິການສຳລັບ Medicaid ແລະ CHIP  ສູນກາງການບໍລິການສຳລັບ Medicaid ແລະ CHIP (CMCS) ເຮັດວຽກເປັນຮຸ້ນສ່ວນຢ່າງໃກ້ຊິດກັບລັດ, ຕະຫຼອດຈົນຜູ້ໃຫ້ບໍລິການ, ຄອບຄົວ, ແລະ ຜູ້ມີສ່ວນຮ່ວມອື່ນໆ ເພື່ອສະໜັບສະໜຸນໂຄງການຄຸມຄອງສຸຂະພາບທີ່ມີປະສິດທິພາບ,  ສ້າງສັນ, ແລະ ມີຄຸນະພາບສູງ.

ຄຳຖາມທີ່ພົບຕະຫຼອດກ່ຽວກບ Medicaid

Medicare ແລະ Medicaid ແຕກຕ່າງກັນແນວໃດ?

Medicare ແມ່ນໂຄງການປະກັນໄພ. ໃບບິນຄ່າທາງການແພດແມ່ນຈ່າຍຈາກກອງທຶນຄວາມໄວ້ວາງໃຈທີ່ມີຜູ້ຄຸ້ມຄອງໄດ້ຈ່າຍໃຫ້. ໃຫ້ບໍລິການຜູ້ທີ່ມີອາຍຸສູງກວ່າ 65 ປີໂດຍເປັນຫຼັກ, ບໍ່ວ່າລາຍໄດ້ຂອງພວກເຂົາຈະແມ່ນເທົ່າໃດ, ລວມທັງຜູ້ພິການທີ່ມີອາຍຸນ້ອຍ ແລະ ຜູ້ປ່ວຍທີ່ຕ້ອງການຟອກໝາກໄຂ່ຫຼັງ.

Medicaid ເປັນໂຄງການຊ່ວຍເຫຼືອ. ໃຫ້ບໍລິການຜູ້ທີ່ມີລາຍໄດ້ໜ້ອຍທຸກໄວ. ໂດຍປົກກະຕິ ຄົນປ່ວຍໜັກ ຈະບໍ່ໄດ້ຈ່າຍສ່ວນ ໜຶ່ງຂອງຄ່າໃຊ້ຈ່າຍສຳລັບຄ່າປິ່ນປົວທີ່ຄຸ້ມຄອງ.

ໃຜຄືຜູ້ທີ່ມີສິດໄດ້ຮັບ Medicaid ຂອງສະຫະລັດ?

ໃນລັດທັງໝົດ, Medicaid ໃຫ້ການຄູ້ມຄອງສຸຂະພາບສຳລັບບາງຄົນທີ່ມີລາຍໄດ້ໜ້ອຍ, ຄອບຄົວ ແລະ ເດັກນ້ອຍ, ຜູ້ຍິງຖືພາ, ຜູ້ເຖົ້າ, ແລະ ຄົນພິການ. ໃນບາງລັດໂຄງການຄວບຄຸມທັງໝົດຂອງຜູ້ໃຫຍ່ທີ່ມີລາຍໄດ້ໜ້ອຍຕ່ຳກວ່າລະດັບລາຍຮັບທີ່ແນ່ນອນ.

ລາຍໄດ້ຕ່ຳສຸດທີ່ຈະມີຄຸນສົມບັດໄດ້ຮັບ Medicaid ແມ່ນຫຍັງ?

ໃນລັດສ່ວນຫຼາຍ ທ່ານສາມາດມີສິດໄດ້ຮັບ Medicaid ຖ້າລາຍໄດ້ຄອບຄົວຂອງທ່ານຕ່ຳກວ່າ 133% ຂອງລະດັບຄວາມທຸກຍາກຂອງລັດຖະບານກາງ. ແນວໃດກໍ່ຕາມ, ບາງລັດໃຊ້ວົງເງິນລາຍໄດ້ທີ່ແຕກຕ່າງກັນ.

Medicaid ຄຸ້ມຄອງຫຍັງແດ່?

ລັດຈັດຕັ້ງ ແລະ ບໍລິຫານໂຄງການ Medicaid ຂອງຕົນເອງ ແລະ ກຳນົດປະເພດ, ຈຳນວນ, ໄລຍະເວລາ, ແລະ ຂອບເຂດຂອງການບໍລິການພາຍໃນຫຼັກການຂອງລັດຖະບານກາງໃນວົງກວ້າງ.  ເຖິງແນວໃດກໍ່ຕາມ, ລັດຖະບານກາງກຳນົດໃຫ້ຜົນປະໂຫຍດບາງຢ່າງຕ້ອງຄຸ້ມຄອງໃນທຸກລັດ, ລວມທັງການບໍລິຫານຜູ້ປ່ວຍໃນ ແລະ ຜູ້ປ່ວຍນອກໃນໂຮງໝໍ, ບໍລິການແພດ, ຫ້ອງປະຕິບັດການ ແລະ ການບໍລິການ X-ray, ແລະ ການບໍລິການສຸຂະພາບທີ່ບ້ານ, ອື່ນໆ. ສິດທິປະໂຫຍດເພີ່ມເຕີມລວມທັງການບໍລິການຕ່າງໆ ເຊິ່ງລວມໄປເຖິງຢາທີ່ຕ້ອງສັ່ງໂດຍແພດ, ການຈັດການກໍລະນີສຶກສາ, ພາຍະພາບບຳບັດ, ແລະ ກິດຈະກຳບຳບັດ.

ແມ່ນຫຍັງແດ່ທີ່ບໍ່ໄດ້ຄວບຄຸມໂດຍ Medicaid?

ບໍລິການສ່ວນໃຫຍ່ທີ່ບໍ່ໄດ້ຄວບຄຸມໂດຍ Medicaid ສາມາດອະທິບາຍໄດ້ດັ່ງນີ້:

  • ການບໍລິການທາງການແພດທີ່ບໍ່ສົມເຫດສົມຜົນ ຫຼື ທາງການແພດທີ່ບໍ່ຈຳເປັນ
  • ຄ່າບໍລິການທີ່ຮ້ອງເກັບເງິນບໍ່ຖືກຕ້ອງ
  • ຜູ້ໃຫ້ບໍລິການໄດ້ເກັບເງິນຄືນຜ່ານໂຄງການອື່ນ
  • ການບໍລິການ ຫຼື ການກວດທີ່ບໍ່ໄດ້ຄຸ້ມຄອງ (ອາດແຕກຕ່າງກັນໄປຕາມລັດ)
author-img
Insurance and healthcare consultant

Tammy Burns is an experienced health insurance advisor. She earned her nursing degree in 1990 from Jacksonville State University, obtained her insurance billing and coding certification in 1995, and holds a health and life insurance license in Alabama, Georgia, Iowa, Mississippi, and Tennessee. Burns is Affordable Care Act (ACA)-certified for health insurance and other ancillary, life, and annuity products. She maintains an active nursing license and practices private-duty nursing.

Burns’ background as a nurse, insurance biller and coder, and insurance consultant includes infectious disease, oncology, gynecology, phlebotomy, post operative, family medicine, geriatrics, home health, hospice, human resources, management, billing, coding, claims, fixed annuities, group and individual health and life products, and Medicare. She’s always been driven by a desire to help people, spending more than 25 years as a practicing nurse in hospitals, private doctors’ offices, home health, and hospice. As a nurse, Burns supported patients filing insurance claims with Medicare, Medicaid, and private insurance companies as well as responding to billing questions from confused patients.

Seeing firsthand how unsuspecting patients are frequently confused by an overly complex system they don’t understand led Burns to become an insurance agent and health care consultant, now helping people understand the medical system. Since becoming an insurance agent in 2013, she has worked with some of the largest and most reputable insurance carriers and agencies in the nation, and she has built a large and loyal clientele by way of her commitment to transparency and personalized service.

Sources